ສະບາຍດີອ້າຍນ້ອງທຸກຄົນ ໃນບົດຄວາມກ່ອນນີ້ Admin Sinh ໄດ້ແນະນຳ ວິທີ່ປ່ຽນ iPone, iPod Touch ໃຫ້ກາຍເປັນເຄື່ອງຫຼິ້ນ PSP ໄປແລ້ວນັ້ນ ຫວັງວ່າຄົງຈະໄດ້ອ່ານກັນແລ້ວເນາະ. ສຳລັບມື້ນີ້ຈະມາແນະນຳວິທີຫຼິ້ນເກມ PSP ເທິງ Mac.
ສິ່ງທີ່ເຮົາຕ້ອງກຽມແມ່ນ
- ໂປຣແກຣມ PPSSPP ສຳລັບ Windows ດາວໂຫຼດ
- ໂປຣແກຣມ WineBottler ສຳລັບເປີດໂປຣແກຣມຂອງ Windows ເທິງ Mac ດາວໂຫຼດ
- ໄຟລເກມ PSP ແບບ .iso
- ມືເກມ PS2 ຫຼື PS3 (ສຳລັບມືເກມ PS2 ຕ້ອງມີ Converter ດັ່ງຮູບຂ້າງລຸ່ມ)
| PS2 Controller Converter |
ຫຼັງຈາກກຽມແລ້ວໃຫ້ເຮົາທຳການຕິດຕັ້ງ WineBottler ໃຫ້ຮຽບຮ້ອຍ. ຈາກນັ້ນແຕກ file PPSSPP ອອກມາແລ້ວນຳເອົາ Folder PPSSPP ໄປໄວ້ໃນ Applications ຕາມຮູບ
ຈາກນັ້ນເຂົ້າໄປໃນ Folder PPSSPP ແລ້ວຄຣິກຂາວໃສ່ PPSSPPWindows.exe ແລ້ວເລືອກ Make Alias ເພື່ອສ້າງ Alias ຢູ່ໜ້າ Desktop (ໃນພາສາ Windows ແມ່ນ Shortcut)
ຕໍ່ມາໃຫ້ເຮົາສ້າງ Folder ໜຶ່ງຂຶ້ນມາຢູ່ໜ້າ Desktop ແລ້ວໃສ່ຊື່ PSP Games ຈາກນັ້ນກໍ່ເອົາ ໄຟລເກມ PSP ໃສ່ໃນນັ້ນ
ເຊື່ອມຕໍ່ມື PS2 ຫຼື PS3 ໃສ່ Mac. ສຳລັບມືເກມ PS3 ໃຫ້ເຮົາຕໍ່ສາຍ USB ໃສ່ກັບ Mac ແລ້ວໄປເປີດ Bluetooth ຂອງ Mac.
ຈາກນັ້ນກົດປຸ່ມ Plastation ຢູມື PS3 ຄ້າງໄວ້ປະມານ 2 ວິນາທີ ແລ້ວຖອດສາຍ USB ອອກ. ເຮົາຈະສັງເກດເຫັນ icon ຂອງ Bluetooth ແມ່ນໄດ້ເຊື່ອມຕໍ່ກັບມືເກມ PS3 ເປັນທີ່ຮຽບຮ້ອຍແລ້ວ.
ຕໍ່ມາໃຫ້ເຮົາເປີດ PPSSPPWindows.exe ຢູ່ໜ້າ Desktop ທີ່ເຮົາໄດ້ສ້າງ Alias ໄວ້ ເພື່ອເປີດໂປແກຣມ PPSSPP.
ຈາກນັ້ນກຳນົດໃຫ້ໂປຣແກຣມວ່າຈະໂຫຼດເກມຈາກ Folder PSP Games ທີ່ເຮົາສ້າງໄວ້ຢູ່ Desktop ໂດຍກົດໃສ່ z:/users/ຊື່ຂອງ Mac ເຮົາ/Desktop/PSP Games. ແລ້ວເຮົາກໍ່ຈະເຫັນເກມເຮົາປະກົດຂຶ້ນ.
ສຳລັບການຕັ້ງຄ່າການຄວບຄຸມແມ່ນເຂົ້າໄປທີ່ Settinng>Controls> Control mapping. ຈາກນັ້ນກໍ່ຕັ້ງຄ່າຕາມມືເກມ. ຕົວຢ່າງເຮົາເອົາ mouse ໄປກົດໃສ X ຫຼັງຈານນັ້ນກໍ່ກົດ X ຢູ່ມືເກມນຳ. ເຮັດໄປເລື້ອຍໆຈົນຄົບໝົດທຸກປຸ່ມ. ຈາກນັ້ນກໍ່ກັບຄືນໄປຫາເກມ ແລ້ວກໍ່ກົດຫຼິ້ນເກມໄດ້ເລຍ.

ວິດີໂດຕົວຢ່າງ