ຫຼັງຈາກເປີດກ່ອງອອກມາກໍ່ຈະເຫັນ pebble ຢູ່ດ້ານໃນເຊິ່ງຄັດຢູ່ກັບເຈ້ຍຢ່າງແຫນ້ນຫນາດີ ເຊິ່ງເຮັດໃຫ້ໂມງບໍ່ກະທົບກະເທືອນໃນການຂົນສົ່ງ. ສາຍໂມງເປັນຢາງຄຸນະພາບດີ ແລະ ສາມາດປ່ຽນໃສ່ສາຍອື່ນໆໄດ້.
ຂ້າງໃນກ່ອງຈະມີສາຍສາກ ເຊິ່ງມີແມ່ເຫຼັກສຳລັບຕິດກັບບ່ອນສາກຢູ່ຂ້າງ pebble ນອກນັ້ນກໍ່ມີປື້ມຄູ່ມືນ້ອຍໆ 2 ຫົວສຳລັບວິທີການຕັ້ງຄ່າ ແລະ ການໃຊ້ງານຕ່າງໆ.
ເມື່ອເວລາເຊື່ອມຕໍ່ເຂົ້າກັບ Smart Phone pebble ສັ່ນຄືກັນກັບໂທລະສັບ ແລະ ໂຊວແຈ້ງເຕືອນຢູ່ຫນ້າຈໍ ເມື່ອມີການແຈ້ງເຕືອນຈາກໂທລະສັບບໍ່ວ່າຈະເປັນ Message, WhatsApp, Facebook, Line ແລະ ທຸກໆໂປແກຣມ ຫຼື ມີຄົນໂທເຂົ້າເຮົາກໍ່ຮູ້ໄດ້ໂດຍບໍ່ຕ້ອງຈົກໂທລະສັບອອກຈາກກະເປົ໋າ ເຊິ່ງເຮົາສາມາດຕັດສາຍ ຫຼື ຮັບສາຍຈາກ pebble ໄດ້ເລີຍ.
ນອກນັ້ນເຮົາຍັງສາມາດຄວບຄຸມປ່ຽນເພງໄດ້ໂດຍບໍ່ຈຳເປັນຕ້ອງໄປກົດຢູ່ໂທລະສັບເຊິ່ງມັນສະດວກສະບາຍຫຼາຍເມື່ອເວລາຟັງເພງ.
ເຮົາສາມາດລົງໂປຣແກຣມ, ເກມ, ຫຼື ຫນ້າໂມງ ໄດ້ໂດຍດາວໂຫຼດ pebble app ທີ່ App Store ຫຼື Play Store.

ເຮົາສາມາດສ້າງຫນ້າໂມງດ້ວຍຕົວເອງໄດ້ ໂດຍເຂົ້າໄປທີ່ www.watchface-generator.de
Pebble ເປັນໂມງທີ່ກັນນຳ້ ເຮົາສາມາດໃສ່ອາບນຳ້ໄດ້ເລີຍ ເຊິ່ງຢູ່ດ້ານຫຼັງຈະຂຽນວ່າ ກັນນຳ້ໄດ້ 5ATM. ສຳລັບເບັດເຕີລີ້ແລ້ວ pebble ທີ່ສາກເຕັມ ສາມາດໃຊ້ໄດ້ເຖິງ 7 ມື້.
Pebble ມີ 5 ສີໃຫ້ເລືອກ ສົ້ມ, ແດງ, ດຳ, ເທົາ, ແລະ ຂາວ. Pebble ສາມາດໃຊ້ໄດ້ກັບ Smartphone Android 2.3.3 ຂຶ້ນໄປ, iPod Touch 3 & 4, iPhone 4, iPhone 4S, iPhone 5, ແລະ iPhone 5S (iOS 5 ຂຶ້ນໄປ).
ວິດີໂອຕົວຢ່າງແຈ້ງເຕືອນ
Pebble Smart Watch

No comments:
Post a Comment