Cover

Cover

Tuesday, December 31, 2013

ວິທີປ່ຽນ Logo ໃຫ້ Cydia


Cydia ໄດ້ມີການອັບເດດປ່ຽນແປງຫນ້າຕາໃຫ້ເຂົ້າກັບ iOS 7 ແຕ່ວ່າ Logo ຍັງຄືເກົ່າ. ມື້ນີ້ Admin ຈະມາແນະນຳວິທີງ່າຍໆ ສຳລັບການປ່ຽນ Logo ຂອງ Cydia. ຈະເປັນແນວໃດນັ້ນຕິດຕາມອ່ານນຳກັນເລີຍເນາະ.
ທຳອິດໃຫ້ເຂົ້າໄປທີ່ Cydia ຈາກນັ້ນກໍ່ຕິດຕັ້ງ iFile ເຊິ່ງເປັນໂປຣແກຣມທີ່ເຮັດໃຫ້ເຮົາເຂົ້າເຖິງ filesystem ຂອງລະບົບ iOS. ຈາກນັ້ນກົດເຂົ້າຮູບລຸ່ມນີ້ ແລ້ວບັນທຶກ ຫຼື Save ເຂົ້າໃນ Camera Roll.
ຕໍ່ໄປກໍ່ເປີດ iFile ຂຶ້ນມາແລ້ວເຮັດຕາມຂັ້ນຕອນລຸ່ມນີ້:
1. ເຂົ້າໄປທີ່ /var/mobile/Media/DCIM/100APPLE ແລ້ວຊອກຫາ cydia logo ທີ່ເຮົາຫາກໍ່ save ໄວ້ ໂດຍປົກກະຕິຈະເປັນຮູບທີ່ຢູ່ທ້າຍສຸດ.
2. ກົດ Edit ທີ່ຢູ່ຂ້າງເທິງຂາວສຸດຂອງ menu. ຈາກນັ້ນເລືອກ cydia logo ແລ້ວກົດໃສ່ clipboard ທີ່ຢູ່ລຸ່ມຂາວສຸດ ແລ້ວກໍ່ເລື່ອກ Copy/Link.
3. ຈາກນັ້ນກົດກັບຄືນໄປຫນ້ທຳອິດແລ້ວເຂົ້າໄປທີ່ /Applications/Cydia.app.
4. ກົດ Edit ແລ້ວກົດໃສ່ clipboard ແລ້ວເລືອກ Paste.
5. ຊອກຫາ file "icon@2x.png" ຢູ່ໃນ folder ດຽວກັນນັ້ນ ແລ້ວກົດໃສ່ລູກສອນສີຟ້າຢູ່ຂ້າງຂາວ ແລ້ວປ່ຽນຊື່ເປັນຊື່ຫຍັງກະໄດ້ ຈາກນັ້ນກົດ Done.
6. ປ່ຽນຊື່ logo ທີ່ເຮົາຫາກໍ່ Paste ມາໃສ່ເປັນ "icon@2x.png" ໂດຍແລ້ວກົດໃສ່ລູກສອນສີຟ້າຢູ່ຂ້າງຂາວ. ຫຼັງຈາກປ່ຽນແລ້ວກໍ່ກົດ Done.
7. ຈາກນັ້ນ respring ຫຼື restart ເຄື່ອງ.

ວິທີນີ້ສາມາດປ່ຽນ logo ໃຫ້ App ອື່ນໆໄດ້. ແຕ່ວ່າການປ່ຽນແປງ filesystem ໃນ iOS ອາດຈະເກີດບັນຫາກັບເຄື່ອງ. ສະນັ້ນເຮົາຄວນ backup ຂໍ້ມູນໄວ້ກ່ອນທີ່ຈະປ່ຽນ logo ຂອງ App ອື່ນໆ.
ທີ່ມາ: iDB

Monday, December 23, 2013

PPSSPP ປ່ຽນ iPhone, iPod Touch ໃຫ້ເປັນເຄື່ອງຫຼິ້ນເກມ PSP (jailbreak only)

ຫຼັງຈາກທີມ Evasi0n ໄດ້ປ່ອຍໂຕເຈວເບຣກອອກມາ ເຊິ່ງຫຼາຍຄົນກໍ່ໄດ້ເຈວເບຣກໄປແລ້ວ. ມື້ນີ້ Admin ຈະມາແນະນຳ ແລະ ບອກວິທີຕິດຕັ້ງໂປຣແກຣມທີ່ເຮັດໃຫ້ iPhone ແລະ iPod Touch ທີ່ເຮົາເຈວແລ້ວນັ້ນ ສາມາດຫຼິ້ນເກມ PSP ໄດ້. ຈະເປັນແນວໃດນັ້ນ ຕິດຕາມອ່ານໄດ້ເລີຍເນາະ.

ສຳລັບໂປຣແກຣມທີ່ເຮັດໃຫ້ iPhone ຫຼື iPod ເຮົາຫຼິ້ນເກມ PSP ໄດ້ນັ້ນມີຊື່ວ່າ PPSSPP ເຊິ່ງວິທີ່ການຕິດຕັ້ງມີດັ່ງນີ້:
1. ເຂົ້າໄປເພີ່ມ source ຢູ່ Cydia ໂດຍໄປທີ່ Manage > Sources > Edit > Add ແລ້ວໃສ່ cydia.angelxwind.net ຈາກນັ້ນກໍ່ເພີ່ມອິກ source ຫນຶ່ງ repo.insanelyi.com ຕາມຮູບ
              
2. ຫຼັງຈາກເພີ່ມ source ຮຽບຮ້ອຍແລ້ວ ໃຫ້ເຮົາໄປ Search ແລ້ວພິມຊື່ໂປຣແກຣມ PPSSPP (Stable) ແລະ iFile ແລ້ວຕິດຕັ້ງທັງສອງໂປຣແກຣມນີ້
3. ຂັ້ນຕອນນີ້ເຮົາຕ້ອງເຊື່ອຕໍ່ iPhone ຫຼື iPod ແລະ Computer ເຂົ້າກັບສັນຍານ wifi ເພື່ອອັບໂຫຼດ file ເກມ PSP ເຊິ່ງເປັນ .iso ທີ່ເຮົາໄດ້ດາວໂຫຼດມາໄວ້ໃນຄອມເຂົ້າໄປໃນຫນ່ວຍ iPhone. ໃຫ້ເຮົາເປີດ iFile ຂຶ້ນມາແລ້ວກົດໃສ່ສັນຍານ wifi ດ້ານລຸ່ມ. ແລ້ວສັງເກດເບິ່ງ ip ແຖວສຸດທ້າຍ.
4. ຈາກນັ້ນໃຫ້ພິມ ip ດັ່ງກ່າວໃສ່ web Browser ຢູ່ໃນຄອມ ແລ້ວຈະເຫັນມີຫຼາຍ Floder ປະກົດຂຶ້ນ. ໃຫ້ເຮົາເຂົ້າໄປທີ່ user > Documents > PSP ແລ້ວກົດ Choose File ເພື່ອເລືອກເກມທີ່ເຮົາຈະອັບໂຫຼດ. ຫຼັງຈາກນັ້ນກໍ່ກົດ Upload ແລ້ວກໍ່ລໍຖ້າ. ເຮົາສາມາສັງເກດເບິ່ງຢູ່ iPhone ຫຼື iPod ເຊິ່ງກຳລັງມີການດາວໂຫຼດ file ທີ່ເຮົາອັບໂຫຼດ ໂດຍມີເປີເຊັນບອກຢູ່ດ້ານລຸ່ມ. ເມື່ອອັບແລ້ວກໍ່ກົດ Done ແລ້ວປິດ iFile ໄດ້ເລີຍ.
5. ສຸດທ້າຍເຮົາກໍ່ເປີດ PPSSPP ເພື່ອຫຼິ້ນເກມ ກົດໃສ່ PSP ຢູ່ແຖວທາງກາງແລ້ວກໍ່ຈະເຫັນເກມ
ຈາກນັ້ນກໍ່ກົດໃສເກມເພື່ອຫຼິ້ນ.
ເກມບາງເກມອາດຈະຊ້າ ຫຼື ໄວ ເວລາຫຼິ້ນ ເຊິ່ງຂຶ້ນຢູ່ກັບເກມ ແລະ ການຕັ້ງຄ່າ.
ຂໍໃຫ້ມ່ວນກັບການຫຼິ້ນເກມເດີ້ພີ່ນ້ອງ :)

Friday, December 6, 2013

ແກະກ່ອງ Pebble Smart Watch

ສະບາຍດີ ມື້ນີ້ຂ້າພະເຈົ້າຈະມາແກະກ່ອງ ແລະ review pebble ໃຫ້ເບິ່ງເນາະ ເຊິ່ງເປັນ Smart Watch ຫຼື ໂມງທີ່ໃຊ້ກັບ Smartphone ເຊັ່ນ iPhone ແລະ Android ໂດຍການເຊື່ອມຕໍ່ Bluetooth. ຈາກຮູບຂ້າງເທິງຈະເປັນກ່ອງ pebble ເຊິ່ງຫຸ້ມດ້ວຍປລາສຕິກໃສ.
ຫຼັງຈາກເປີດກ່ອງອອກມາກໍ່ຈະເຫັນ pebble ຢູ່ດ້ານໃນເຊິ່ງຄັດຢູ່ກັບເຈ້ຍຢ່າງແຫນ້ນຫນາດີ ເຊິ່ງເຮັດໃຫ້ໂມງບໍ່ກະທົບກະເທືອນໃນການຂົນສົ່ງ. ສາຍໂມງເປັນຢາງຄຸນະພາບດີ ແລະ ສາມາດປ່ຽນໃສ່ສາຍອື່ນໆໄດ້.
ຂ້າງໃນກ່ອງຈະມີສາຍສາກ ເຊິ່ງມີແມ່ເຫຼັກສຳລັບຕິດກັບບ່ອນສາກຢູ່ຂ້າງ pebble ນອກນັ້ນກໍ່ມີປື້ມຄູ່ມືນ້ອຍໆ 2 ຫົວສຳລັບວິທີການຕັ້ງຄ່າ ແລະ ການໃຊ້ງານຕ່າງໆ.
ເມື່ອເວລາເຊື່ອມຕໍ່ເຂົ້າກັບ Smart Phone pebble ສັ່ນຄືກັນກັບໂທລະສັບ ແລະ ໂຊວແຈ້ງເຕືອນຢູ່ຫນ້າຈໍ ເມື່ອມີການແຈ້ງເຕືອນຈາກໂທລະສັບບໍ່ວ່າຈະເປັນ Message, WhatsApp, Facebook, Line ແລະ ທຸກໆໂປແກຣມ ຫຼື ມີຄົນໂທເຂົ້າເຮົາກໍ່ຮູ້ໄດ້ໂດຍບໍ່ຕ້ອງຈົກໂທລະສັບອອກຈາກກະເປົ໋າ ເຊິ່ງເຮົາສາມາດຕັດສາຍ ຫຼື ຮັບສາຍຈາກ pebble ໄດ້ເລີຍ.
ນອກນັ້ນເຮົາຍັງສາມາດຄວບຄຸມປ່ຽນເພງໄດ້ໂດຍບໍ່ຈຳເປັນຕ້ອງໄປກົດຢູ່ໂທລະສັບເຊິ່ງມັນສະດວກສະບາຍຫຼາຍເມື່ອເວລາຟັງເພງ.
ເຮົາສາມາດລົງໂປຣແກຣມ, ເກມ, ຫຼື ຫນ້າໂມງ ໄດ້ໂດຍດາວໂຫຼດ pebble app ທີ່ App Store ຫຼື Play Store.

ເຮົາສາມາດສ້າງຫນ້າໂມງດ້ວຍຕົວເອງໄດ້ ໂດຍເຂົ້າໄປທີ່ www.watchface-generator.de

Pebble ເປັນໂມງທີ່ກັນນຳ້ ເຮົາສາມາດໃສ່ອາບນຳ້ໄດ້ເລີຍ ເຊິ່ງຢູ່ດ້ານຫຼັງຈະຂຽນວ່າ ກັນນຳ້ໄດ້ 5ATM. ສຳລັບເບັດເຕີລີ້ແລ້ວ pebble ທີ່ສາກເຕັມ ສາມາດໃຊ້ໄດ້ເຖິງ 7 ມື້.
Pebble ມີ 5 ສີໃຫ້ເລືອກ ສົ້ມ, ແດງ, ດຳ, ເທົາ, ແລະ ຂາວ. Pebble ສາມາດໃຊ້ໄດ້ກັບ Smartphone Android 2.3.3 ຂຶ້ນໄປ, iPod Touch 3 & 4, iPhone 4, iPhone 4S, iPhone 5, ແລະ iPhone 5S (iOS 5 ຂຶ້ນໄປ).
ວິດີໂອຕົວຢ່າງແຈ້ງເຕືອນ

Pebble Smart Watch