Cover

Cover

Monday, December 23, 2013

PPSSPP ປ່ຽນ iPhone, iPod Touch ໃຫ້ເປັນເຄື່ອງຫຼິ້ນເກມ PSP (jailbreak only)

ຫຼັງຈາກທີມ Evasi0n ໄດ້ປ່ອຍໂຕເຈວເບຣກອອກມາ ເຊິ່ງຫຼາຍຄົນກໍ່ໄດ້ເຈວເບຣກໄປແລ້ວ. ມື້ນີ້ Admin ຈະມາແນະນຳ ແລະ ບອກວິທີຕິດຕັ້ງໂປຣແກຣມທີ່ເຮັດໃຫ້ iPhone ແລະ iPod Touch ທີ່ເຮົາເຈວແລ້ວນັ້ນ ສາມາດຫຼິ້ນເກມ PSP ໄດ້. ຈະເປັນແນວໃດນັ້ນ ຕິດຕາມອ່ານໄດ້ເລີຍເນາະ.

ສຳລັບໂປຣແກຣມທີ່ເຮັດໃຫ້ iPhone ຫຼື iPod ເຮົາຫຼິ້ນເກມ PSP ໄດ້ນັ້ນມີຊື່ວ່າ PPSSPP ເຊິ່ງວິທີ່ການຕິດຕັ້ງມີດັ່ງນີ້:
1. ເຂົ້າໄປເພີ່ມ source ຢູ່ Cydia ໂດຍໄປທີ່ Manage > Sources > Edit > Add ແລ້ວໃສ່ cydia.angelxwind.net ຈາກນັ້ນກໍ່ເພີ່ມອິກ source ຫນຶ່ງ repo.insanelyi.com ຕາມຮູບ
              
2. ຫຼັງຈາກເພີ່ມ source ຮຽບຮ້ອຍແລ້ວ ໃຫ້ເຮົາໄປ Search ແລ້ວພິມຊື່ໂປຣແກຣມ PPSSPP (Stable) ແລະ iFile ແລ້ວຕິດຕັ້ງທັງສອງໂປຣແກຣມນີ້
3. ຂັ້ນຕອນນີ້ເຮົາຕ້ອງເຊື່ອຕໍ່ iPhone ຫຼື iPod ແລະ Computer ເຂົ້າກັບສັນຍານ wifi ເພື່ອອັບໂຫຼດ file ເກມ PSP ເຊິ່ງເປັນ .iso ທີ່ເຮົາໄດ້ດາວໂຫຼດມາໄວ້ໃນຄອມເຂົ້າໄປໃນຫນ່ວຍ iPhone. ໃຫ້ເຮົາເປີດ iFile ຂຶ້ນມາແລ້ວກົດໃສ່ສັນຍານ wifi ດ້ານລຸ່ມ. ແລ້ວສັງເກດເບິ່ງ ip ແຖວສຸດທ້າຍ.
4. ຈາກນັ້ນໃຫ້ພິມ ip ດັ່ງກ່າວໃສ່ web Browser ຢູ່ໃນຄອມ ແລ້ວຈະເຫັນມີຫຼາຍ Floder ປະກົດຂຶ້ນ. ໃຫ້ເຮົາເຂົ້າໄປທີ່ user > Documents > PSP ແລ້ວກົດ Choose File ເພື່ອເລືອກເກມທີ່ເຮົາຈະອັບໂຫຼດ. ຫຼັງຈາກນັ້ນກໍ່ກົດ Upload ແລ້ວກໍ່ລໍຖ້າ. ເຮົາສາມາສັງເກດເບິ່ງຢູ່ iPhone ຫຼື iPod ເຊິ່ງກຳລັງມີການດາວໂຫຼດ file ທີ່ເຮົາອັບໂຫຼດ ໂດຍມີເປີເຊັນບອກຢູ່ດ້ານລຸ່ມ. ເມື່ອອັບແລ້ວກໍ່ກົດ Done ແລ້ວປິດ iFile ໄດ້ເລີຍ.
5. ສຸດທ້າຍເຮົາກໍ່ເປີດ PPSSPP ເພື່ອຫຼິ້ນເກມ ກົດໃສ່ PSP ຢູ່ແຖວທາງກາງແລ້ວກໍ່ຈະເຫັນເກມ
ຈາກນັ້ນກໍ່ກົດໃສເກມເພື່ອຫຼິ້ນ.
ເກມບາງເກມອາດຈະຊ້າ ຫຼື ໄວ ເວລາຫຼິ້ນ ເຊິ່ງຂຶ້ນຢູ່ກັບເກມ ແລະ ການຕັ້ງຄ່າ.
ຂໍໃຫ້ມ່ວນກັບການຫຼິ້ນເກມເດີ້ພີ່ນ້ອງ :)

No comments:

Post a Comment