*Jailbreak PSP ແລະ ຝັງ chip Playstation 2 ທຸກລຸ້ນ ສຳລັບຫຼິ້ນເກມຜ່ານ USB, Hard Disk ແລະ Network. * ສ້ອມແປງປ່ຽນມືເກມ PS2. * ລົງເກມ PSP ໃສ່ memory. * Update PS3 CFW ແລະ ລົງເກມໃສ່ Hard Disk. * Update ແລະ Jailbreak iPhone ທຸກລຸ້ນ. * ຕັ້ງ Apple ID * ລົງໂປແກຣມ, ເກມ, mp3, mp4 ສຳລັບ iPhone, iPad, iPod, Mac ແລະ Samsung. * ລົງ Windows, Office ແລະ ໂປແກຣມປ້ອງກັນ Virus.
Cover
Tuesday, December 31, 2013
ວິທີປ່ຽນ Logo ໃຫ້ Cydia
Cydia ໄດ້ມີການອັບເດດປ່ຽນແປງຫນ້າຕາໃຫ້ເຂົ້າກັບ iOS 7 ແຕ່ວ່າ Logo ຍັງຄືເກົ່າ. ມື້ນີ້ Admin ຈະມາແນະນຳວິທີງ່າຍໆ ສຳລັບການປ່ຽນ Logo ຂອງ Cydia. ຈະເປັນແນວໃດນັ້ນຕິດຕາມອ່ານນຳກັນເລີຍເນາະ.
ທຳອິດໃຫ້ເຂົ້າໄປທີ່ Cydia ຈາກນັ້ນກໍ່ຕິດຕັ້ງ iFile ເຊິ່ງເປັນໂປຣແກຣມທີ່ເຮັດໃຫ້ເຮົາເຂົ້າເຖິງ filesystem ຂອງລະບົບ iOS. ຈາກນັ້ນກົດເຂົ້າຮູບລຸ່ມນີ້ ແລ້ວບັນທຶກ ຫຼື Save ເຂົ້າໃນ Camera Roll.
ຕໍ່ໄປກໍ່ເປີດ iFile ຂຶ້ນມາແລ້ວເຮັດຕາມຂັ້ນຕອນລຸ່ມນີ້:
1. ເຂົ້າໄປທີ່ /var/mobile/Media/DCIM/100APPLE ແລ້ວຊອກຫາ cydia logo ທີ່ເຮົາຫາກໍ່ save ໄວ້ ໂດຍປົກກະຕິຈະເປັນຮູບທີ່ຢູ່ທ້າຍສຸດ.
2. ກົດ Edit ທີ່ຢູ່ຂ້າງເທິງຂາວສຸດຂອງ menu. ຈາກນັ້ນເລືອກ cydia logo ແລ້ວກົດໃສ່ clipboard ທີ່ຢູ່ລຸ່ມຂາວສຸດ ແລ້ວກໍ່ເລື່ອກ Copy/Link.
3. ຈາກນັ້ນກົດກັບຄືນໄປຫນ້ທຳອິດແລ້ວເຂົ້າໄປທີ່ /Applications/Cydia.app.
4. ກົດ Edit ແລ້ວກົດໃສ່ clipboard ແລ້ວເລືອກ Paste.
5. ຊອກຫາ file "icon@2x.png" ຢູ່ໃນ folder ດຽວກັນນັ້ນ ແລ້ວກົດໃສ່ລູກສອນສີຟ້າຢູ່ຂ້າງຂາວ ແລ້ວປ່ຽນຊື່ເປັນຊື່ຫຍັງກະໄດ້ ຈາກນັ້ນກົດ Done.
6. ປ່ຽນຊື່ logo ທີ່ເຮົາຫາກໍ່ Paste ມາໃສ່ເປັນ "icon@2x.png" ໂດຍແລ້ວກົດໃສ່ລູກສອນສີຟ້າຢູ່ຂ້າງຂາວ. ຫຼັງຈາກປ່ຽນແລ້ວກໍ່ກົດ Done.
7. ຈາກນັ້ນ respring ຫຼື restart ເຄື່ອງ.
ວິທີນີ້ສາມາດປ່ຽນ logo ໃຫ້ App ອື່ນໆໄດ້. ແຕ່ວ່າການປ່ຽນແປງ filesystem ໃນ iOS ອາດຈະເກີດບັນຫາກັບເຄື່ອງ. ສະນັ້ນເຮົາຄວນ backup ຂໍ້ມູນໄວ້ກ່ອນທີ່ຈະປ່ຽນ logo ຂອງ App ອື່ນໆ.
ທີ່ມາ: iDB
Subscribe to:
Post Comments (Atom)

No comments:
Post a Comment