Cover

Cover

Friday, January 10, 2014

BytaFont 2 ໂປຣແກຣມປ່ຽນຟ້ອນງາມໆສຳລັບ iOS (Jailbreak Only)

ສະບາຍດີທຸກຄົນ, ມື້ນິ້ Admin ຊິມາແນະນຳໂປຣແກຣມຫນຶ່ງ ທີ່ເຮັດໃຫ້ເຮົາສາມາດປ່ຽນຟ້ອນໃນ iPhone, iPod ແລະ iPad ຂອງເຮົາໃຫ້ສວຍງາມ.
ສຳລັບໂປຣແກຣມທີ່ວ່ານັ້ນຊື່ວ່າ BytaFont 2 ເຊິ່ງສາມາດເຂົ້າໄປດາວໂຫຼດ ແລະ ຕິດຕັ້ງໄດ້ຢູ່ໃນ Cydia. ຫຼັງຈາກຕິດຕັ້ງແລ້ວເຮົາກໍ່ໄດ້ໂປຣແກຣມດັ່ງຮູບລຸ່ມນີ້
ແຕ່ຢ່າຟ້າວເປີດເທື່ອເນະ. ໃຫ້ເຮົາກັບໄປ Cydia ແລ້ວໄປທີ່ Sections ແລ້ວເລື່ອນລົງມາຊອກຫາ Fonts (BytaFont 2). ເມື່ອເຫັນແລ້ວກໍ່ເຂົ້າໄປແລ້ວຊອກຫາ Font ທີ່ເຮົາມັກ ແລ້ວກໍ່ຕິດຕັ້ງເລີຍ.
ຫຼັງຈາກຕິດຕັ້ງ Font ແລ້ວ ໃຫ້ປິດ  Cydia ແລ້ວເປີດ BytaFont 2 ຂຶ້ນມາ. ແລ້ວໄປທີ່ Basic ຈາກນັ້ນກໍ່ເລືອກ Font ທີ່ເຮົາຫາກໍ່ຕິດຕັ້ງໄປນັ້ນ ແລ້ວກົດ Yes ເພື່ອ respring.
ພຽງເທົ່ານີ້ເຮົາກໍ່ໄດ້ Font ງາມໆແລ້ວ.




No comments:

Post a Comment