Cover

Cover

Wednesday, January 8, 2014

Pebble ໄດ້ປະກາດ Pebble smart watch ລຸ້ນໃຫມ່ໃນງານ CES 2014

ໃນງານ CES 2014, Pebble ໄດ້ປະກາດ pebble smart watch ລຸ້ນໃຫມ່, ອອກແບບໃຫມ່, ໂຕເຮືອນເຮັດດ້ວຍສະແຕນເຫລດ ເຊິ່ງແຕກຕ່າງຈາກ Pebble ລຸ້ນກ່ອນ ທີ່ເຮັດດ້ວຍປລາສຕິກ. Pebble ລຸ້ນນີ້ເບົາແລະບາງ ຫນ້າໂມງເຮັດດ້ວຍແກ້ວ Gorilla.

Pebble ລຸ້ນໃຫມ່ ມີໃຫ້ເລືອກ 3 ແບບຄື: ແບບເຫລດ, ແບບດຳເຫລື້ອມ ແລະ ແບບສາຍຫນັງດຳ. ແບັດເຕີລີ້ແມ່ນສາກເທື່ອ1 ໃຊ້ໄດ້ 1 ອາທິດ. ແລະແນ່ນອນ ກັນນຳ້ໄດ້ຄືກັບລຸ້ນກ່ອນ.

ລຸ້ນນີ້ ລາຄາຂາຍແມ່ນ $249 ເຊິ່ງແພງກວ່າລຸ້ນກ່ອນ ປະມານ $100 ແລະ ຈະເລີ່ມສົ່ງເຄື່ອງໃນວັນທີ 28 ມັງກອນນີ້. ສຳລັບໃຜສົນໃຈແມ່ນເຂົ້າໄປ pre-order ໄດ້ເລີຍ.
ທີ່ມາ: iDB

No comments:

Post a Comment