Cover

Cover

Wednesday, January 22, 2014

Controllers for All ຄວບຄຸມເກມ iPhone, iPod, iPad ດ້ວຍມືເກມ PS3

ສະບາຍດີ ມື້ນີ້ Admin ຊິມາແນະນຳອີກ tweak ໜຶ່ງຢູ່ Cydia ທີ່ເຮັດໃຫ້ເຮົາສາມາດຄວບຄຸມເກມ iPhone, iPod, iPad ດ້ວຍມືເກມ PS3 ຊຶ່ງ tweak ນີ້ຊື່ວ່າ Controllers for All (Source: repo.insanelyi.com or repo.biteyourapple.net)
ຫລັງຈາກທີ່ເຮົາດາວໂຫລດ ແລະ ຕິດຕັ້ງ tweak ນີ້ແລ້ວ ໃຫ້ເຮົາຈັບຄູ່ ຫລືວ່າ pair ມືເກມ PS3 ກັບ iDevice ໂດຍ ໃຊ້ໂປຣແກຮມ SixPair ຊຶ່ງດາວໂຫລດຈາກ ທີ່ນີ້ ຈາກນັ້ນເຊື່ອມຕໍ່ມືເກມ ແລະ iDevice ໃສ່ Mac, PC ຫລື Linux.
ຈາກນັ້ນກໍ່ເປີດ SixPair ຂຶ້ນມາແລ້ວກົດໃສ່ Pair. ສຳລັບການ pair ແມ່ນເຮົາ pair ເທື່ອດຽວໂດຍບໍ່ຈຳເປັນຕ້ອງ pair ອີກໃນເທື່ອໜ້າ.

ຫລັງຈາກ pair ສຳເລັດແລ້ວ ເຂົ້າໄປຕັ້ງຄ່າຢູ່ iDevice ຂອງເຮົາໂດຍເຂົ້າໄປ Setting > BTstack ແລ້ວເລືອກ BTstack
ຈາກນັ້ນກໍ່ເປີດເກມແລ້ວ ກົດປຸ່ມ Plastation ຢູ່ມືເກມ PS3 ແລ້ວກໍ່ມັນໄດ້ເລີຍ.
ລາຍຊື່ເກມທີ່ຮອງຮັບກັບມືເກມ Reddit
Admin ຫລິ້ນມືດຽວ ເລີຍບໍ່ຊະນະ 555
Credit: iDB

Friday, January 10, 2014

BytaFont 2 ໂປຣແກຣມປ່ຽນຟ້ອນງາມໆສຳລັບ iOS (Jailbreak Only)

ສະບາຍດີທຸກຄົນ, ມື້ນິ້ Admin ຊິມາແນະນຳໂປຣແກຣມຫນຶ່ງ ທີ່ເຮັດໃຫ້ເຮົາສາມາດປ່ຽນຟ້ອນໃນ iPhone, iPod ແລະ iPad ຂອງເຮົາໃຫ້ສວຍງາມ.
ສຳລັບໂປຣແກຣມທີ່ວ່ານັ້ນຊື່ວ່າ BytaFont 2 ເຊິ່ງສາມາດເຂົ້າໄປດາວໂຫຼດ ແລະ ຕິດຕັ້ງໄດ້ຢູ່ໃນ Cydia. ຫຼັງຈາກຕິດຕັ້ງແລ້ວເຮົາກໍ່ໄດ້ໂປຣແກຣມດັ່ງຮູບລຸ່ມນີ້
ແຕ່ຢ່າຟ້າວເປີດເທື່ອເນະ. ໃຫ້ເຮົາກັບໄປ Cydia ແລ້ວໄປທີ່ Sections ແລ້ວເລື່ອນລົງມາຊອກຫາ Fonts (BytaFont 2). ເມື່ອເຫັນແລ້ວກໍ່ເຂົ້າໄປແລ້ວຊອກຫາ Font ທີ່ເຮົາມັກ ແລ້ວກໍ່ຕິດຕັ້ງເລີຍ.
ຫຼັງຈາກຕິດຕັ້ງ Font ແລ້ວ ໃຫ້ປິດ  Cydia ແລ້ວເປີດ BytaFont 2 ຂຶ້ນມາ. ແລ້ວໄປທີ່ Basic ຈາກນັ້ນກໍ່ເລືອກ Font ທີ່ເຮົາຫາກໍ່ຕິດຕັ້ງໄປນັ້ນ ແລ້ວກົດ Yes ເພື່ອ respring.
ພຽງເທົ່ານີ້ເຮົາກໍ່ໄດ້ Font ງາມໆແລ້ວ.




Wednesday, January 8, 2014

Pebble ໄດ້ປະກາດ Pebble smart watch ລຸ້ນໃຫມ່ໃນງານ CES 2014

ໃນງານ CES 2014, Pebble ໄດ້ປະກາດ pebble smart watch ລຸ້ນໃຫມ່, ອອກແບບໃຫມ່, ໂຕເຮືອນເຮັດດ້ວຍສະແຕນເຫລດ ເຊິ່ງແຕກຕ່າງຈາກ Pebble ລຸ້ນກ່ອນ ທີ່ເຮັດດ້ວຍປລາສຕິກ. Pebble ລຸ້ນນີ້ເບົາແລະບາງ ຫນ້າໂມງເຮັດດ້ວຍແກ້ວ Gorilla.

Pebble ລຸ້ນໃຫມ່ ມີໃຫ້ເລືອກ 3 ແບບຄື: ແບບເຫລດ, ແບບດຳເຫລື້ອມ ແລະ ແບບສາຍຫນັງດຳ. ແບັດເຕີລີ້ແມ່ນສາກເທື່ອ1 ໃຊ້ໄດ້ 1 ອາທິດ. ແລະແນ່ນອນ ກັນນຳ້ໄດ້ຄືກັບລຸ້ນກ່ອນ.

ລຸ້ນນີ້ ລາຄາຂາຍແມ່ນ $249 ເຊິ່ງແພງກວ່າລຸ້ນກ່ອນ ປະມານ $100 ແລະ ຈະເລີ່ມສົ່ງເຄື່ອງໃນວັນທີ 28 ມັງກອນນີ້. ສຳລັບໃຜສົນໃຈແມ່ນເຂົ້າໄປ pre-order ໄດ້ເລີຍ.
ທີ່ມາ: iDB